
ກະຊວງສາທາລະນະສຸກ ຕ່າງໜ້າໂດຍ ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ໂຄງການຄວບຄຸມປະຊາກອນຍຸງໂລກ (WMP), ພວກເຮົາຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ກ່ຽວກັບການນໍາໃຊ້ວິທີການ ໂວບັກເຄຍ ເພື່ອຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.
ພາຍໃຕ້ການຊີ້ນຳຂອງກະຊວງສາທາລະນະສຸກ ກ່ຽວກັບການນໍາໃຊ້ນະວັດຕະກຳ ແລະ ເຕັກໂນໂລຢີໃໝ່ໆ, ໂຄງການຈະປ່ອຍຍຸງທີ່ມີເຊື້ອແບັກທີເຣຍ ໂວບັກເຄຍ ເຂົ້າໄປປະປົນຢູ່ນຳປະຊາກອນຍຸງລາຍທ້ອງຖິ່ນ. ຫຼັງຈາກນັ້ນ, ຍຸງທີ່ມີເຊື້ອແບັກທີເຣຍ ໂວບັກເຄຍ ຈະມີການປະສົມພັນກັບຍຸງລາຍບ້ານທົ່ວໄປທີ່ມີຢູ່ໃນເຂດຊຸມຊົນ. ເມື່ອວັນເວລາຜ່ານໄປ, ຈໍານວນຍຸງທີ່ມີເຊື້ອ ໂວບັກເຄຍ ຈະເພີ່ມຂຶ້ນເທື່ອລະໜ່ອຍ ແລະ ເຊື້ອດັ່ງກ່າວຈະຊ່ວຍຫຼຸດຜ່ອນຄວາມສາມາດໃນການແຜ່ເຊື້ອໄວຣັສສູ່ຄົນ. ວິທີການນີ້ຈະຊ່ວຍຈຳກັດຄວາມສ່ຽງການເກີດລະບາດຂອງພະຍາດທີ່ເກີດຈາກຍຸງລາຍ.
ໂຄງການຕົວແບບດັ່ງກ່າວນີ້ ຈະໄດ້ປ່ອຍຍຸງທີ່ມີເຊື້ອແບັກທີເຣຍ ໂວບັກເຄຍ - ເຊິ່ງເປັນວິທີການທີ່ປອດໄພຕໍ່ກັບມະນຸດ, ສັດ ແລະ ສິ່ງແວດລ້ອມ. ວິທີການ ໂວບັກເຄຍດັ່ງກ່າວ ເປັນທໍາມະຊາດ ແລະ ມີປະສິດທິພາບໃນການປ້ອງ ກັນພະຍາດທີ່ມີຍຸງລາຍເປັນພາຫະນໍາເຊື້ອແບບຍືນຍົງ ຢູ່ໃນຂົງເຂດທີ່ມີອັດຕາການເກີດພະຍາດໄຂ້ຍຸງລາຍສູງຂອງປະເທດ. ເມືອງ ຈັນທະບູລີ ແລະ ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ຖືກລະບຸເປັນພື້ນທີ່ເປົ້າ ໝາຍຂອງໂຄງ ການຕົວແບບດັ່ງກ່າວ ແລະ ສ້າງຈິດສຳນຶກໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວິທິີການ ໂວບັກເຄຍ ຕໍ່ກັບຊຸມ ຊົນຢູ່ສອງເມືອງດັ່ງກ່າວ.
ໝາຍຄວາມວ່າການມີສ່ວນຮ່ວມຂອງຊຸມຊົນ ແມ່ນມີຄວາມສໍາຄັນຫຼາຍຕໍ່ກັບຄວາມສໍາເລັດຂອງການປ່ອຍຍຸງລາຍທີ່ມີເຊື້ອ ໂວບັກເຄຍ ຂອງພວກເຮົາ. ເມື່ອຊຸມຊົນເຫັນດີເຫັນພ້ອມທຸກຢ່າງແລ້ວ, ໂຄງການມີເປົ້າແຜນເລີ່ມປ່ອຍຍຸງລາຍທີ່ມີເຊື້ອ ໂວບັກເຄຍ ໃນຊ່ວງໄລຍະຕົ້ນປີ 2023 ໂດຍຮ່ວມມື ແລະ ປະສານສົມທົບຂະແໜງສາທາລະນະສຸກ ແລະ ອາສາສະໝັກບ້ານ (ອສບ) ໃນແຕ່ລະບ້ານ.

ທີ່ຕັ້ງ ແລະ ໄລຍະເວລາປະຕິບັດໂຄງການໂຕແບບ
ໂຄງການຄວບຄຸມໄຂ້ຍຸງລາຍໂດຍນຳໃຊ້ວິທີການ ໂວບັກເຄຍ ແມ່ນໄດ້ເລີ່ມຕົ້ນປະຕິບັດນັບຕັ້ງແຕ່ເດືອນ ກໍລະກົດ (7) ປີ 2022 ຈົນເຖີງ ເດືອນພະຈິກ (11) 2023. ໄລຍະກະກຽມ 9 ເດືອນ, ໄລຍະປ່ອຍຍຸງ 5 ເດືອນ ແລະ ໄລຍະຕິດຕາມກວດກາ 3 ເດືອນ ລວມທັງໝົດ 17 ເດືອນ. ໂຄງການມີແຜນປ່ອຍຍຸງທີ່ມີເຊື້ອແບັກທີເຣັຍ ໂວບັກເຄຍ ຄັ້ງທຳອິດຢູ່ເມືອງ ຈັນທະບູລີ ແລະ ໄຊເສດຖາ, ນະຄອນຫຼວງວຽງຈັນ ເລີ່ມແຕ່ຊ່ວງທ້າຍເດືອນເມສາ ຈົນເຖີງຕົ້ນເດືອນກັນຍາ ປີ 2023, ໃຊ້ເວລາ 20 ອາທິດ.
ທີ່ຕັ້ງຂອງໂຄງການແມ່ນກວມເອົາ 19 ບ້ານ ຢູ່ເມືອງ ຈັນທະບູລີ ແລະ 13 ບ້ານ ຢູ່ເມືອງ ໄຊເສດຖາ, ລວມທັງໝົດ 32 ບ້ານ ເຊິ່ງກວມເອົາເນື້ອທີ່ປະມານ 9.4 ຕາກິໂລແມັດ.


ຄູ່ຮ່ວມງານ

